ຂ້າມໄປທີ່ເນື້ອໃນ

ມີ​ຜູ້​ອອກແບບ​ບໍ?

ເປືອກ​ທີ່​ຮັບ​ແຮງ​ກະທົບ​ຂອງ​ໝາກ​ກ້ຽງ​ໃຫຍ່

ເປືອກ​ທີ່​ຮັບ​ແຮງ​ກະທົບ​ຂອງ​ໝາກ​ກ້ຽງ​ໃຫຍ່

 ໝາກ​ກ້ຽງ​ໃຫຍ່​ເປັນ​ພືດ​ຕະກູນ​ໝາກ​ກ້ຽງ ມີ​ລັກສະນະ​ເປັນ​ຕົ້ນໄມ້​ຢືນ​ທີ່​ມີ​ໝາກ​ຂະໜາດ​ໃຫຍ່. ເຖິງ​ວ່າ​ໝາກ​ກ້ຽງ​ໃຫຍ່​ຈະ​ຕົກ​ຈາກ​ຕົ້ນ​ທີ່​ສູງ​ເຖິງ 10 ແມັດ ແຕ່​ໜ່ວຍ​ກໍ​ບໍ່​ແຕກ! ເປັນຫຍັງ​ໝາກ​ກ້ຽງ​ໃຫຍ່​ຈຶ່ງ​ຮັບ​ແຮງ​ກະທົບ​ໄດ້​ເປັນ​ຢ່າງ​ດີ?

 ລອງ​ຄິດ​ເບິ່ງ: ນັກ​ຄົ້ນຄວ້າ​ພົບ​ວ່າ​ເປືອກ​ທາງ​ໃນ​ຂອງ​ໝາກ​ກ້ຽງ​ໃຫຍ່​ທີ່​ເປັນ​ເນື້ອ​ສີ​ຂາວ​ມີ​ລັກສະນະ​ອ່ອນ​ນຸ່ມ​ຄື​ຟອງ​ນ້ຳ. ເນື້ອ​ສີ​ຂາວ​ນີ້​ປະກອບ​ດ້ວຍ​ຈຸ​ຫຼັງ​ຈຳນວນ​ຫຼາຍ​ທີ່​ເຊື່ອມ​ຕໍ່​ກັນ​ເປັນ​ໂຄງ​ສ້າງ​ທີ່​ມີ​ປ່ອງ​ວ່າງ​ລະຫວ່າງ​ຈຸ​ລັງ. ແຮ່ງ​ເຂົ້າ​ໄປ​ໃກ້​ສ່ວນ​ກາງ​ຂອງ​ໝາກ​ກ້ຽງ​ໃຫຍ່​ຫຼາຍ​ເທົ່າ​ໃດ ກໍ​ແຮ່ງ​ຈະ​ມີ​ປ່ອງ​ວ່າງ​ລະຫວ່າງ​ຈຸ​ລັງ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ ແລະ​ໃນ​ປ່ອງ​ວ່າງ​ເຫຼົ່າ​ນັ້ນ​ຈະ​ມີ​ອາກາດ​ຫຼື​ຂອງ​ແຫຼວ​ເຊິ່ງ​ເຮັດ​ໜ້າທີ່​ເປັນ​ເບາະ​ຮອງ​ຮັບ​ແຮງ​ກະທົບ. ດັ່ງນັ້ນ​ເມື່ອ​ໝາກ​ກ້ຽງ​ໃຫຍ່​ກະທົບ​ໃສ່​ພື້ນ ໂຄງ​ສ້າງ​ຂອງ​ເນື້ອ​ສີ​ຂາວ​ຈະ​ອັດ​ແໜ້ນ​ຮ່ວມ​ກັນ​ແລະ​ຊ່ວຍ​ຮັບ​ແຮງ​ກະທົບ​ເຮັດ​ໃຫ້​ໜ່ວຍ​ບໍ່​ແຕກ.

 ນັກ​ວິທະຍາສາດ​ກຳລັງ​ທົດລອງ​ຄວາມສາມາດ​ໃນ​ການ​ຮັບ​ແຮງ​ກະທົບ​ຂອງ​ໂຟມ​ໂລຫະ​ທີ່​ຮຽນແບບ​ໂຄງ​ສ້າງ​ຂອງ​ເປືອກ​ໝາກ​ກ້ຽງ​ໃຫຍ່. ເຂົາເຈົ້າ​ເຊື່ອ​ວ່າ​ໂຄງ​ສ້າງ​ທີ່​ຄ້າຍຄື​ກັນ​ນີ້​ອາດຈະ​ເອົາ​ໄປ​ໃຊ້​ໃນ​ການ​ຜະລິດ​ໝວກ​ກັນ​ກະທົບ​ສຳລັບ​ຜູ້​ຂັບ​ຂີ່​ລົດ​ຈັກ ອອກແບບ​ຍານ​ພາຫະນະ​ໃຫ້​ມີ​ຄວາມ​ປອດໄພ​ຫຼາຍ​ຂຶ້ນ​ເມື່ອ​ມີ​ອຸບັດຕິເຫດ​ເກີດ​ຂຶ້ນ.

 ເຈົ້າ​ຮູ້​ບໍ? ຄວາມສາມາດ​ໃນ​ການ​ຮັບ​ແຮງ​ກະທົບ​ຂອງ​ເປືອກ​ໝາກ​ກ້ຽງ​ໃຫຍ່​ເກີດ​ຈາກ​ວິວັດທະນາການ​ບໍ? ຫຼື​ມີ​ຜູ້​ອອກແບບ?