ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ສຸກ​ນິລັນ

ຄວາມ​ສຸກ​ນິລັນ

(ຄຳເພງ 16:11, ລ.ມ.)

ດາວ​ໂຫຼດ:

  1. 1. ເບິ່ງ​ດາວ​ທີ່​ລອຍ​ຢູ່​ເທິງ​ທ້ອງຟ້າ

    ໄດ້​ສ່ອງ​ແສງ​ລົງ​ມາ

    ມັນ​ຊ່າງ​ງົດງາມ​ທັງ​ເວັນ​ແລະ​ຄືນ

    ພະເຈົ້າ​ສ້າງ​ດ້ວຍ​ຮັກ

    ພະອົງ​ຈັດ​ກຽມ​ທຸກ​ສິ່ງ​ທີ່​ດີ

    ທັງ​ໂລກ​ທະເລ​ພູເຂົາ​ກໍ​ມີ

    ພະອົງ​ມີ​ຄວາມ​ສຸກ

    (ທ່ອນ​ຊ້ຳ)

    ເມື່ອ​ໄດ້​ເຫັນ​ຜົນ​ງານ​ເຢໂຫວາ

    ເມື່ອ​ໄດ້​ຮູ້​ວ່າ​ໂລກ​ໃໝ່​ໃກ້​ມາ

    ເຮົາ​ມີ​ຄວາມ​ສຸກ​ໃນ​ຫົວໃຈ

    ແຕ່​ສິ່ງ​ທີ່​ມີ​ຄ່າ​ກວ່າ​ສິ່ງ​ໃດ

    ຄື​ພະເຈົ້າ​ຮັກ​ເຮົາ​ຕະຫຼອດ​ໄປ

    ແລະ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ

    ທີ່​ໃຫ້​ຄວາມ​ສຸກ​ນິລັນ

  2. 2. ພະ​ເຢໂຫວາ​ໃຫ້​ເຮົາ​ທຸກ​ສິ່ງ

    ຕາມ​ທີ່​ເຮົາ​ຕ້ອງການ

    ເມື່ອ​ເຮົາ​ໄດ້​ຍິນ​ໄດ້​ຊີມ​ໄດ້​ເຫັນ

    ຊາບ​ຊຶ້ງ​ໃນ​ຫົວໃຈ

    ພະ​ເຢໂຫວາ​ອອກ​ແບບ​ໃຈ​ເຮົາ

    ໃຫ້​ທຸກ​ທຸກ​ຄົນ​ຢາກ​ຢູ່​ຍືນ​ຍາວ

    ແລະ​ຊື່ນຊົມ​ຍິນດີ

    (ທ່ອນ​ຊ້ຳ)

    ເມື່ອ​ໄດ້​ເຫັນ​ຜົນ​ງານ​ເຢໂຫວາ

    ເມື່ອ​ໄດ້​ຮູ້​ວ່າ​ໂລກ​ໃໝ່​ໃກ້​ມາ

    ເຮົາ​ມີ​ຄວາມ​ສຸກ​ໃນ​ຫົວໃຈ

    ແຕ່​ສິ່ງ​ທີ່​ມີ​ຄ່າ​ກວ່າ​ສິ່ງ​ໃດ

    ຄື​ພະເຈົ້າ​ຮັກ​ເຮົາ​ຕະຫຼອດ​ໄປ

    ແລະ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ

    ທີ່​ໃຫ້​ຄວາມ​ສຸກ​ນິລັນ

    (ທ່ອນ​ສົ່ງ)

    ຄວາມ​ສຸກ​ນັ້ນ​ມາ​ຈາກ​ເຢໂຫວາ

    ທີ່​ໄດ້​ໃຫ້​ລູກ​ຊາຍ

    ພະຄລິດ​ຍອມ​ຕາຍ ເພື່ອ​ຄົນ​ທັງ​ຫຼາຍ

    ທີ່​ຟັງ​ຈະ​ມີຊີ​ວິດ​ນິລັນ

    (ທ່ອນ​ຊ້ຳ)

    ເມື່ອ​ໄດ້​ເຫັນ​ຜົນ​ງານ​ເຢໂຫວາ

    ເມື່ອ​ໄດ້​ຮູ້​ວ່າ​ໂລກ​ໃໝ່​ໃກ້​ມາ

    ເຮົາ​ມີ​ຄວາມ​ສຸກ​ໃນ​ຫົວໃຈ

    ແຕ່​ສິ່ງ​ທີ່​ມີ​ຄ່າ​ກວ່າ​ສິ່ງ​ໃດ

    ຄື​ພະເຈົ້າ​ຮັກ​ເຮົາ​ຕະຫຼອດ​ໄປ

    ແລະ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ

    ທີ່​ໃຫ້​ຄວາມ​ສຸກ​ນິລັນ

    (ທ່ອນ​ຊ້ຳ)

    ເມື່ອ​ໄດ້​ເຫັນ​ຜົນ​ງານ​ເຢໂຫວາ

    ເມື່ອ​ໄດ້​ຮູ້​ວ່າ​ໂລກ​ໃໝ່​ໃກ້​ມາ

    ເຮົາ​ມີ​ຄວາມ​ສຸກ​ໃນ​ຫົວໃຈ

    ແຕ່​ສິ່ງ​ທີ່​ມີ​ຄ່າ​ກວ່າ​ສິ່ງ​ໃດ

    ຄື​ພະເຈົ້າ​ຮັກ​ເຮົາ​ຕະຫຼອດ​ໄປ

    ແລະ​ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ

    ທີ່​ໃຫ້​ຄວາມ​ສຸກ​ນິລັນ

(ເບິ່ງ​ຕື່ມ ເພງ. 37:4; 1 ກຣ. 15:28)