ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ພວກ​ໂຣມ​ອະນຸຍາດ​ໃຫ້​ຝັງ​ສົບ​ຂອງ​ຜູ້​ທີ່​ຖືກ​ປະຫານ​ຊີວິດ​ຢູ່​ເທິງ​ເສົາ​ທໍລະມານ​ແບບ​ຄົນ​ທົ່ວໄປ​ບໍ​ຄື​ກັບ​ກໍລະນີ​ຂອງ​ພະ​ເຢຊູ?

ຫຼາຍ​ຄົນ​ຮູ້​ວ່າ​ພະ​ເຢຊູ​ຖື​ກ​ຄຶງ​ຢູ່​ເທິງ​ເສົາ​ທໍລະມານ​ຢູ່​ລະຫວ່າງ​ນັກ​ໂທດ 2 ຄົນ. (ມທ. 27:35-38) ແຕ່​ມີ​ບາງຄົນ​ບອກ​ວ່າ ຄຳພີໄບເບິນ​ເວົ້າ​ບໍ່​ຖືກ​ກ່ຽວກັບ​ການ​ຝັງ​ສົບ​ຂອງ​ພະ​ເຢຊູ​ໃນ​ອຸໂມງ.—ມຣກ. 15:42-46

ນັກ​ວິຈານ​ບາງຄົນ​ທີ່​ເວົ້າ​ກ່ຽວກັບ​ປຶ້ມ​ທີ່​ຂຽນ​ເລື່ອງ​ຊີວິດ​ຂອງ​ພະ​ເຢຊູ​ບໍ່​ເຊື່ອ​ວ່າ ຜູ້​ທີ່​ຖືກ​ປະຫານ​ຊີວິດ​ເທິງ​ເສົາ​ທໍລະມານ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ຝັງ​ສົບ​ຢູ່​ໃນ​ອຸໂມງ​ຢ່າງ​ມີ​ກຽດ​ຄື​ກັບ​ຄົນ​ທົ່ວໄປ ເພາະ​ເຂົາ​ເຈົ້າ​ເຊື່ອ​ວ່າ​ນັກ​ໂທດ​ເຫຼົ່ານີ້​ຈະ​ຕ້ອງ​ຖືກ​ປະຕິບັດ​ຕ່າງ​ຈາກ​ຄົນ​ທົ່ວໄປ. ນັກ​ຂຽນ​ຄົນ​ໜຶ່ງ​ທີ່​ຊື່ ອາຣິເອນ ຊາ​ບາ​ໄດ້​ຂຽນ​ໄວ້​ໃນ​ວາລະສານ​ສະ​ມິດ​ໂຊ​ນຽນ ວ່າ: “ການ​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງເຂນ​ເປັນ​ການ​ລົງໂທດ​ຂອງ​ຄົນ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ທີ່ສຸດ​ໃນ​ສັງຄົມ. ແລະ​ຜູ້​ຊ່ຽວຊານ​ບາງຄົນ​ລົງ​ຄວາມ​ເຫັນ​ວ່າ ພວກ​ໂຣມ​ຈະ​ບໍ່​ໃຫ້​ກຽດ​ນັກ​ໂທດ​ເຫຼົ່າ​ນັ້ນ​ໂດຍ​ບໍ່​ຝັງ​ສົບ​ເຂົາ​ເຈົ້າ​ຄື​ກັບ​ຄົນ​ທົ່ວໄປ.” ພວກ​ໂຣມ​ຢາກ​ເຮັດ​ໃຫ້​ສົບ​ຂອງ​ນັກ​ໂທດ​ເຫຼົ່ານີ້​ຖືກ​ອັບອາຍ​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ດັ່ງນັ້ນ ສົບ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ຖືກ​ປະ​ໄວ້​ຢູ່​ເທິງ​ເສົາ​ທໍລະມານ​ເພື່ອ​ໃຫ້​ສັດ​ປ່າ​ມາກັດ​ກິນ​ແລະ​ສ່ວນ​ທີ່​ເຫຼືອ​ຂອງ​ຊາກ​ສົບ​ນັ້ນ​ກໍ​ຈະ​ເອົາ​ໄປ​ໂຍນ​ລົງ​ຂຸມ​ຝັງ​ສົບ​ລວມ​ກັບ​ນັກ​ໂທດ​ຄົນ​ອື່ນໆ.

ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ຢິວ​ບາງຄົນ​ທີ່​ຖືກ​ປະຫານ​ຢູ່​ເທິງ​ເສົາ​ທໍລະມານ. ໃນ​ປີ 1968 ມີ​ການ​ຄົ້ນພົບ​ກະດູກ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ປະຫານ​ຊີວິດ​ໃນ​ສະຕະວັດ​ທຳອິດ. ເຂົາ​ເຈົ້າ​ພົບ​ກະດູກ​ນັ້ນ​ຢູ່​ໃນ​ອຸໂມງ​ຝັງ​ສົບ​ຂອງ​ຄອບຄົວ​ຄົນ​ຢິວ​ທີ່​ຢູ່​ໃກ້​ກັບ​ເມືອງ​ເຢຣູຊາເລັມ. ຢູ່​ໃນ​ອຸໂມງ​ຝັງ​ສົບ​ນັ້ນ​ເຂົາ​ເຈົ້າ​ໄດ້​ພົບ​ກ່ອງ​ເກັບ​ກະດູກ ເຊິ່ງ​ມີ​ກະດູກ​ສົ້ນ​ຕີນ​ທີ່​ມີ​ເຫຼັກ​ຕະປູ​ຍາວ 11,5 ຊັງຕີແມັດ​ສຽບ​ຢູ່. ນັກ​ຂຽນ​ທີ່​ຊື່ ອາຣິເອນ ຊາ​ບາ​ບອກ​ວ່າ: “ສົ້ນ​ຕີນ​ນີ້​ແມ່ນ​ສົ້ນ​ຕີນ​ຂອງ​ຜູ້​ຊາຍ​ທີ່​ຊື່​ເຢໂຮຊານັນ. ເລື່ອງ​ນີ້​ໄດ້​ຊ່ວຍ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ເລື່ອງ​ການ​ຝັງ​ສົບ​ຂອງ​ພະ​ເຢຊູທີ່​ຢູ່​ໃນ​ປຶ້ມ​ທີ່​ຂຽນ​ກ່ຽວກັບ​ຊີວິດ​ຂອງ​ພະ​ເຢຊູ. ການຄົ້ນພົບ​ກະດູກ​ສົ້ນ​ຕີນ​ຂອງ​ເຢໂຮຊານັນ​ສະແດງ​ໃຫ້​ເຫັນ​ວ່າ ພວກ​ໂຣມ​ອະນຸຍາດ​ໃຫ້​ນັກ​ໂທດ​ຖືກ​ຝັງ​ຢ່າງ​ມີ​ກຽດ​ຢູ່​ອຸໂມງ​ຝັງ​ສົບ​ຂອງ​ຄອບຄົວ​ຊາວ​ຢິວ​ໄດ້.”

ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ມີ​ຄວາມຄິດ​ທີ່​ຕ່າງ​ກັນ​ກ່ຽວກັບ​ຕຳແໜ່ງ​ທີ່​ພະ​ເຢຊູ​ຖືກ​ຄຶງ​ຢູ່​ເທິງ​ເສົາ​ເມື່ອ​ເຫັນ​ກະດູກ​ສົ້ນ​ຕີນ​ຂອງ​ເຢໂຮຊານັນ ແຕ່​ສິ່ງ​ທີ່​ເຮົາ​ໝັ້ນໃຈ​ກໍ​ຄື​ນັກ​ໂທດ​ບາງຄົນ​ໃນ​ສະໄໝ​ຂອງ​ພະ​ເຢຊູ​ໄດ້​ຮັບ​ການ​ຝັງ​ຢ່າງ​ມີ​ກຽດ​ແລະ​ບໍ່​ໄດ້​ຖືກ​ໂຍນ​ລົງຂຸມ ຝັງ​ສົບ​ລວມ​ກັບຊາກສົບຂອງ​ນັກ​ໂທດ​ຄົນ​ອື່ນໆ. ຫຼັກ​ຖານ​ທາງ​ບູຮານຄະດີ​ສະແດງ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ຄຳພີໄບເບິນ​ເວົ້າ​ກ່ຽວກັບ​ການ​ຝັງ​ສົບ​ຂອງ​ພະ​ເຢຊູ​ໃນ​ອຸໂມງ​ເຊື່ອ​ຖື​ໄດ້.

ແລະ​ທີ່​ສຳຄັນ​ກວ່າ​ນັ້ນ​ກໍ​ຄື​ພະ​ເຢໂຫວາ​ໄດ້​ບອກ​ລ່ວງ​ໜ້າ​ໄວ້​ແລ້ວ​ວ່າ ພະ​ເຢຊູ​ຈະ​ຖືກ​ຝັງ​ຮ່ວມ​ກັບ​ຄົນ​ຮັ່ງມີ ແລະ​ບໍ່​ມີ​ໃຜ​ຈະ​ຂັດ​ຂວາງ​ຄຳເວົ້າ​ຂອງ​ພະເຈົ້າ​ບໍ່​ໃຫ້​ສຳເລັດ​ເປັນ​ຈິງ​ໄດ້.—ເອຊາ. 53:9; 55:11