ຂ້າມໄປທີ່ເນື້ອໃນ

ສຳພາດ | ຢັນ-ເດີ ຊູ

ຜູ້​ຊ່ຽວຊານ​ທີ່​ສຶກສາ​ໂຕ​ອ່ອນ​ຂອງ​ສິ່ງ​ມີ​ຊີວິດ​ເລົ່າ​ເລື່ອງ​ຄວາມເຊື່ອ​ຂອງ​ລາວ

ຜູ້​ຊ່ຽວຊານ​ທີ່​ສຶກສາ​ໂຕ​ອ່ອນ​ຂອງ​ສິ່ງ​ມີ​ຊີວິດ​ເລົ່າ​ເລື່ອງ​ຄວາມເຊື່ອ​ຂອງ​ລາວ

ສາສະດາ​ຈານ​ຢັນ-ເດີ ຊູ ເປັນ​ຜູ້​ອຳນວຍ​ການ​ດ້ານ​ງານ​ວິໄຈ​ໂຕ​ອ່ອນ​ຢູ່​ມະຫາວິທະຍາໄລ​ວິທະຍາສາດ​ແລະ​ເຕັກໂນໂລຊີ​ຜິງຕົງ​ໃນ​ໄຕ້ຫວັນ. ລາວ​ເຄີຍ​ເຊື່ອ​ເລື່ອງ​ວິວັດທະນາການ ແຕ່​ເມື່ອ​ມາ​ເປັນ​ນັກ​ວິທະຍາສາດ​ການ​ວິໄຈ​ແລ້ວ ລາວ​ກໍ​ປ່ຽນ​ຄວາມຄິດ. ລາວ​ເວົ້າ​ເຖິງ​ເຫດຜົນ​ຂອງ​ລາວ​ກັບ​ຕື່ນເຖີດ! ດັ່ງ​ຕໍ່ໄປ​ນີ້.

ຊ່ວຍ​ເລົ່າ​ຊີວິດ​ຂອງ​ເຈົ້າ​ສັ້ນໆໄດ້​ບໍ?

ຂ້ອຍ​ເກີດ​ໃນ​ປີ 1966 ແລະ​ເຕີບໃຫຍ່​ຢູ່​ໄຕ້ຫວັນ. ພໍ່​ແມ່​ຂ້ອຍ​ນັບ​ຖື​ສາສະໜາ​ພຸດ​ແລະ​ເຕົ໋າ. ເຖິງ​ວ່າ​ເຮົາ​ຈະ​ນະມັດສະການ​ບັນພະບຸລຸດ​ແລະ​ສວດ​ມົນ​ຕໍ່​ໜ້າ​ຮູບ​ບູຊາ ແຕ່​ເຮົາ​ບໍ່​ເຄີຍ​ຄິດ​ເລີຍ​ວ່າ​ມີ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ໂລກ​ແລະ​ທຸກ​ສິ່ງ.

ເປັນຫຍັງ​ເຈົ້າ​ຈຶ່ງ​ສຶກສາ​ດ້ານ​ຊີວະ​ວິທະຍາ?

ຕອນ​ເປັນ​ເດັກນ້ອຍ ຂ້ອຍ​ມັກ​ລ້ຽງ​ສັດ ແລະ​ຂ້ອຍ​ຢາກ​ຮຽນຮູ້​ວ່າ​ຈະ​ຊ່ວຍ​ສັດ​ແລະ​ມະນຸດ​ໃຫ້​ພົ້ນ​ຈາກ​ຄວາມທຸກ​ທໍລະມານ​ໄດ້​ແນວໃດ. ຂ້ອຍ​ສຶກສາ​ດ້ານ​ສັດຕະວະແພດ​ຢູ່​ຊ່ວງ​ໜຶ່ງ ແລ້ວ​ກໍ​ປ່ຽນ​ໄປ​ສຶກສາ​ກ່ຽວກັບ​ໂຕ​ອ່ອນ ຂ້ອຍ​ຫວັງ​ວ່າ​ການສຶກສາ​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ຂ້ອຍ​ເຂົ້າໃຈ​ວ່າ​ຊີວິດ​ເກີດ​ຂຶ້ນ​ໄດ້​ແນວໃດ.

ເຈົ້າ​ເຄີຍ​ເຊື່ອ​ເລື່ອງ​ວິວັດທະນາການ​ນຳ. ເຈົ້າ​ພໍ​ຈະ​ເລົ່າ​ໄດ້​ບໍ​ວ່າ​ເປັນຫຍັງ​ຈຶ່ງ​ເຊື່ອ​ເລື່ອງ​ນັ້ນ?

ອາຈານ​ຫຼາຍ​ຄົນ​ໃນ​ມະຫາວິທະຍາໄລ​ສອນ​ເລື່ອງ​ວິວັດທະນາການ ເຂົາເຈົ້າ​ອ້າງ​ວ່າ​ມີ​ຫຼັກ​ຖານ​ສະໜັບສະໜູນ​ທິດສະດີ​ນີ້. ແລ້ວ​ຂ້ອຍ​ກໍ​ເຊື່ອ​ເຂົາເຈົ້າ.

ເປັນຫຍັງ​ເຈົ້າ​ເລີ່ມ​ອ່ານ​ຄຳພີໄບເບິນ?

ມີ​ສອງ​ເຫດຜົນ. ເຫດຜົນ​ທຳອິດ ຂ້ອຍ​ຄິດ​ວ່າ​ໃນ​ບັນດາ​ພະເຈົ້າ​ຫຼາຍ​ອົງ​ທີ່​ຜູ້ຄົນ​ຂາບ​ໄຫວ້​ບູຊາ ຄື​ຊິ​ຕ້ອງ​ມີ​ຈັກ​ອົງ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ອົງ​ອື່ນໆ. ແຕ່​ອົງ​ໃດ? ເຫດຜົນ​ທີ​ສອງ ຂ້ອຍ​ຮູ້​ວ່າ​ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ໄດ້​ຮັບ​ຄວາມ​ນັບ​ຖື​ຢ່າງ​ສູງ. ຂ້ອຍ​ເລີຍ​ຢາກ​ຮຽນ​ຄຳພີໄບເບິນ.

ໃນ​ປີ 1992 ຕອນ​ທີ່​ຂ້ອຍ​ເລີ່ມ​ຮຽນ​ຢູ່​ມະຫາວິທະຍາໄລ​ກາໂຕລິກ​ແຫ່ງ​ເມືອງ​ເລີເຟີ ປະເທດ​ແບນຊິກ ຂ້ອຍ​ໄປ​ໂບດ​ກາໂຕລິກ​ແລະ​ບອກ​ບາດ​ຫຼວງ​ວ່າ​ຂໍ​ຊ່ວຍ​ສອນ​ຂ້ອຍ​ໃຫ້​ເຂົ້າໃຈ​ຄຳພີໄບເບິນ​ໄດ້​ບໍ ແຕ່​ລາວ​ບໍ່​ສົນໃຈ​ທີ່​ຂ້ອຍ​ເວົ້າ.

ແລ້ວ​ເຈົ້າ​ໄດ້​ຮຽນ​ຄຳພີໄບເບິນ​ແບບ​ທີ່​ຕັ້ງໃຈ​ໄວ້​ໄດ້​ແນວໃດ?

ອີກ​ສອງ​ປີ​ຕໍ່ມາ ຂະນະ​ທີ່​ຂ້ອຍ​ຍັງ​ເຮັດ​ວຽກ​ວິໄຈ​ດ້ານ​ວິທະຍາສາດ​ຢູ່​ແບນຊິກ ຂ້ອຍ​ໄດ້​ເຈິ​ຜູ້ຍິງ​ຄົນ​ໂປໂລຍ​ຄົນ​ນຶ່ງ​ຊື່​ຣູດ ລາວ​ເປັນ​ພະຍານ​ພະເຢໂຫວາ. ລາວ​ຮຽນ​ພາສາ​ຈີນ​ເພື່ອ​ຊ່ວຍ​ນັກ​ສຶກສາ​ໃນ​ມະຫາວິທະຍາໄລ​ທີ່​ຢາກ​ຮຽນຮູ້​ເລື່ອງ​ພະເຈົ້າ. ແລ້ວ​ຂ້ອຍ​ກໍ​ເຄີຍ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ​ຂ້ອຍ​ຢາກ​ຮຽນຮູ້​ເລື່ອງ​ເພິ່ນ ຂ້ອຍ​ຈຶ່ງ​ດີໃຈ​ຫຼາຍ​ທີ່​ໄດ້​ເຈິ​ລາວ.

ຣູດເປີດ​ຂໍ້​ຄຳພີ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະຄຳພີ​ສອດຄ່ອງ​ລົງ​ຮອຍ​ກັບ​ວິທະຍາສາດ ທັງໆທີ່​ບໍ່​ແມ່ນ​ຕຳລາ​ວິທະຍາສາດ. ຕົວຢ່າງ​ເຊັ່ນ ດາວິດ​ຜູ້​ຂຽນ​ພະຄຳພີ​ຄົນ​ໜຶ່ງ​ອະທິດຖານ​ເຖິງ​ພະເຈົ້າ​ວ່າ: “ພະອົງ​ເຫັນ​ຂ້ອຍ​ຕອນ​ທີ່​ຍັງ​ເປັນ​ໂຕ​ອ່ອນ ພະອົງ​ຈົດ​ຮ່າງກາຍ​ທຸກ​ສ່ວນ​ຂອງ​ຂ້ອຍ​ໄວ້​ໃນ​ປຶ້ມ​ຂອງ​ພະອົງ​ວ່າ​ອະໄວຍະວະ​ເຫຼົ່າ​ນັ້ນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ມາ​ເມື່ອ​ໃດ ພະອົງ​ຂຽນ​ໄວ້​ກ່ອນ​ຈະ​ມີ​ອະໄວຍະວະ​ເຫຼົ່າ​ນັ້ນ​ດ້ວຍ​ຊ້ຳ.” (ຄຳເພງ 139:16, ລ.ມ.) ເຖິງ​ວ່າ​ດາວິດ​ຈະ​ໃຊ້​ພາສາ​ແບບ​ກະວີ ແຕ່​ສິ່ງ​ທີ່​ແຝງ​ຢູ່​ໃນ​ຄຳເວົ້າ​ຂອງ​ລາວ​ຖືກຕ້ອງ​ທຸກ​ຢ່າງ! ຄຳ​ສັ່ງ​ສຳລັບ​ການ​ສ້າງ​ອະໄວຍະວະ​ຕ່າງໆ​ເພື່ອ​ປະກອບ​ກັນ​ເປັນ​ຮ່າງກາຍ​ມີ​ຢູ່​ພ້ອມ​ແລ້ວ​ແມ່ນ​ແຕ່​ຕອນ​ທີ່​ຍັງ​ບໍ່​ເປັນ​ໂຕ​ອ່ອນ​ດ້ວຍ​ຊ້ຳ. ຄວາມ​ຖືກຕ້ອງ​ແມ່ນ​ຢຳ​ຂອງ​ຄຳພີໄບເບິນ​ເຮັດ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ປຶ້ມ​ຫົວ​ນີ້​ມາ​ຈາກ​ພະເຈົ້າ. ຂ້ອຍ​ຍັງ​ເລີ່ມ​ເຂົ້າໃຈ​ວ່າ​ພະເຈົ້າ​ທ່ຽງແທ້​ມີ​ອົງ​ດຽວ​ຄື ພະເຢໂຫວາ. 1

ແລ້ວ​ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ເຊື່ອ​ວ່າ​ພະເຈົ້າ​ສ້າງ​ຊີວິດ​ຂຶ້ນ​ມາ?

ເປົ້າໝາຍ​ຂອງ​ການ​ວິໄຈ​ທາງ​ວິທະຍາສາດ​ແມ່ນ​ຄົ້ນ​ຫາ​ຄວາມຈິງ ບໍ່​ແມ່ນ​ການ​ຫາ​ຫຼັກ​ຖານ​ມາ​ສະໜັບສະໜູນ​ແນວ​ຄິດ​ທີ່​ມີການ​ຄາດ​ຄະເນ​ໄວ້​ກ່ອນ. ການ​ທີ່​ຂ້ອຍ​ສຶກສາ​ກ່ຽວກັບ​ການ​ຈະເລີນ​ເຕີບໃຫຍ່​ຂອງ​ໂຕ​ອ່ອນ​ເຮັດ​ໃຫ້​ຂ້ອຍ​ປ່ຽນ​ຄວາມຄິດ ຂ້ອຍ​ເວົ້າ​ໄດ້​ຢ່າງ​ເຕັມ​ປາກ​ວ່າ​ຊີວິດ​ເກີດ​ຈາກ​ການ​ສ້າງ. ຍົກ​ຕົວຢ່າງ ເມື່ອ​ວິສະວະກອນ​ອອກແບບ​ສາຍ​ພານ​ລຳ​ລຽງ​ເພື່ອ​ໃຫ້​ປະກອບ​ຊິ້ນສ່ວນ​ໄດ້​ຢ່າງ​ຖືກຕ້ອງ ລາວ​ຈະ​ຕ້ອງ​ລຽງ​ລຳດັບ​ຊິ້ນສ່ວນ​ແຕ່​ລະ​ອັນ​ໃຫ້​ຖືກຕ້ອງ​ແລະ​ຖືກ​ວິທີ. ການ​ຈະເລີນ​ເຕີບໃຫຍ່​ຂອງ​ໂຕ​ອ່ອນ​ກໍ​ຄ້າຍ​ຄື​ກັນ​ແຕ່​ມີ​ຄວາມ​ຊັບຊ້ອນ​ທີ່​ເໜືອ​ກວ່າ​ຫຼາຍ.

ແຕ່​ຂະບວນການ​ທັງໝົດ​ເລີ່ມ​ຕົ້ນ​ຈາກ​ຈຸລັງ​ທີ່​ປະຕິສົນທິ​ແລ້ວ​ພຽງ​ຈຸລັງ​ດຽວ ບໍ່​ແມ່ນ​ບໍ?

ແມ່ນ. ຈຸລັງ​ທີ່​ນ້ອຍ​ຫຼາຍ​ນັ້ນ​ຈະ​ແບ່ງ​ໂຕ​ຫຼັງ​ຈາກ​ປະຕິສົນທິ​ແລ້ວ ແລະ​ຂະບວນການ​ແບ່ງ​ໂຕ​ຂອງ​ຈຸລັງ​ກໍ​ເລີ່ມ​ຂຶ້ນ. ບໍ່​ດົນ ຈຸລັງ​ຈະ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ​ທຸກໆ 12-24 ຊົ່ວໂມງ. ແລະ​ໃນ​ຊ່ວງ​ຕົ້ນໆຂອງ​ຂະບວນການ​ນີ້ ຈຸລັງ​ທີ່​ເອີ້ນ​ວ່າ​ສະເຕັມເຊວສ໌​ຈະ​ກໍ່​ໂຕ​ຂຶ້ນ. 2 ສະເຕັມເຊວສ໌​ສາມາດ​ຜະລິດ​ຈຸລັງ​ຕ່າງໆ​ໄດ້​ເກືອບ 200 ຊະນິດ ເຊິ່ງ​ຈຳເປັນ​ຕ້ອງ​ໃຊ້​ໃນ​ການ​ກໍ່​ໂຕ​ເປັນ​ແອ​ນ້ອຍ ເຊັ່ນ ຈຸລັງ​ເມັດ​ເລືອດ ຈຸລັງ​ກະດູກ ຈຸລັງ​ປະສາດ ແລະ​ອື່ນໆ.

ການສຶກສາ​ກ່ຽວກັບ​ການ​ຈະເລີນ​ເຕີບໃຫຍ່​ຂອງ​ໂຕ​ອ່ອນ​ເຮັດ​ໃຫ້​ຂ້ອຍ​ໄດ້​ຂໍ້​ສະຫຼຸບ​ວ່າ​ຈະ​ຕ້ອງ​ມີ​ຜູ້​ສ້າງ​ຊີວິດ​ເຮົາ​ຂຶ້ນ​ມາ

ໃນ​ຂະບວນການ​ນີ້​ກໍ​ຕ້ອງ​ມີການ​ຜະລິດ​ຈຸລັງ​ໃຫ້​ຖືກ​ຊະນິດ ຖືກ​ບ່ອນ ແລະ​ຖືກ​ລຳດັບ. ແລະ​ໃນ​ຕອນ​ທຳອິດ​ຈຸລັງ​ເຫຼົ່ານີ້​ຈະ​ລວມ​ໂຕ​ກັນ​ເປັນ​ເນື້ອເຍື່ອ​ເຊິ່ງ​ຈະ​ປະກອບ​ກັນ​ເປັນ​ອະໄວຍະວະ​ຕ່າງໆ​ແລະ​ແຂນ​ຂາ. ຈະ​ມີ​ວິສະວະກອນ​ຄົນ​ໃດ​ບໍ​ທີ່​ສາມາດ​ຂຽນ​ຊຸດ​ຄຳ​ສັ່ງ​ແບບ​ນີ້​ໄດ້? ແຕ່​ຊຸດ​ຄຳ​ສັ່ງ​ໃນ​ການ​ສ້າງ​ໂຕ​ອ່ອນ​ພັດ​ຖືກ​ຂຽນ​ໄວ້​ແລ້ວ​ຢ່າງ​ດີ​ເລີດ​ໃນ​ດີເອັນເອ. ເມື່ອ​ຂ້ອຍ​ສັງເກດ​ເບິ່ງ​ຄວາມ​ປະນີດ​ງົດງາມ​ຂອງ​ຂະບວນການ​ນີ້ ຂ້ອຍ​ເຊື່ອ​ເຕັມ​ຮ້ອຍ​ວ່າ​ພະເຈົ້າ​ເປັນ​ຜູ້​ອອກແບບ​ແລະ​ສ້າງ​ຊີວິດ​ເຮົາ​ຂຶ້ນ​ມາ.

ເປັນຫຍັງ​ເຈົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ?

ຄວາມ​ຮັກ. ພະເຢຊູ​ຄລິດ​ເວົ້າ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກເຈົ້າ​ຮັກ​ກັນ.” (ໂຢຮັນ 13:35) ນີ້​ເປັນ​ຄວາມ​ຮັກ​ແບບ​ທີ່​ບໍ່​ມີ​ອະຄະຕິ. ຄວາມ​ຮັກ​ນີ້​ມີ​ໃຫ້​ກັບ​ມະນຸດ​ທຸກ​ຄົນ ບໍ່​ວ່າ​ລາວ​ຈະ​ມາ​ຈາກ​ເຊື້ອ​ຊາດ​ຫຼື​ວັດທະນະທຳ​ໃດ ຫຼື​ມີ​ຜິວ​ສີ​ຫຍັງ​ກໍ​ຕາມ. ຂ້ອຍ​ແນມ​ເຫັນ​ແລະ​ສຳຜັດ​ຄວາມ​ຮັກ​ແບບ​ນີ້​ໄດ້​ຕອນ​ທີ່​ເລີ່ມ​ຄົບຫາ​ກັບ​ພະຍານ​ພະເຢໂຫວາ.

^ 2. ສາສະດາ​ຈານ​ຢັນ-ເດີ ຊູ ບໍ່​ໄດ້​ເຮັດ​ວິໄຈ​ສະເຕັມເຊວສ໌​ໂຕ​ອ່ອນ​ຂອງ​ມະນຸດ​ເພາະ​ຂັດ​ກັບໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ​ທີ່​ເປັນ​ຄລິດສະຕຽນ.