ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້​ອ່ານ​ຢາກ​ຮູ້ . . .

ພະຍານພະເຢໂຫວາມີຜູ້ສອນທີ່ເປັນຜູ້ຍິງບໍ?

ພະຍານພະເຢໂຫວາມີຜູ້ສອນທີ່ເປັນຜູ້ຍິງບໍ?

ມີ. ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ມີ​ຜູ້​ສອນ​ທີ່​ເປັນ​ຜູ້​ຍິງ​ຫຼາຍ​ລ້ານ​ຄົນ. ເຂົາເຈົ້າ​ເປັນ​ກຳລັງ​ສຳຄັນ​ໃນ​ການ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ຄຳເພງ 68:11, ລ.ມ ພະຍາກອນ​ກ່ຽວກັບ​ຜູ້​ສອນ​ເຫຼົ່າ​ນີ້​ວ່າ: “ພະ​ເຢໂຫວາ​ໃຫ້​ຄຳ​ສັ່ງ​ກັບ​ປະຊາຊົນ​ຂອງ​ເພິ່ນ.ພວກ​ຜູ້​ຍິງ​ທີ່​ປະກາດ​ຂ່າວດີ​ເປັນ​ກອງທັບ​ໃຫຍ່.”

ແຕ່​ຢ່າ​ເຂົ້າໃຈ​ຜິດ​ວ່າ​ວຽກ​ການ​ສອນ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ຍິງ​ຈະ​ຄື​ກັບ​ວຽກ​ການ​ສອນ​ຂອງ​ນັກ​ເທດ​ຍິງ​ໃນ​ສາສະໜາ​ອື່ນ​ໆ. ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ຕ່າງ​ຈາກນັ້ນ​ຫຼາຍ​ເລີຍ. ໃນ​ທາງ​ໃດ​ແດ່?

ປະການ​ທຳອິດ ຄົນ​ທີ່​ໄດ້​ຮັບ​ການ​ສອນ​ເປັນ​ຄົນ​ລະ​ກຸ່ມ. ນັກ​ເທດ​ຍິງ​ໃນ​ຄລິດຕະຈັກ​ເຮັດ​ໜ້າທີ່​ຜູ້​ນຳ​ໃນ​ປະຊາຄົມ​ແລະ​ກຸ່ມ​ຄົນ​ທີ່​ເຂົາ​ເຈົ້າ​ສອນ​ເປັນ​ຫຼັກ​ແມ່ນ​ສະມາຊິກ​ໃນ​ໂບດ​ຂອງ​ໂຕເອງ. ແຕ່​ສຳລັບ​ຜູ້​ສອນ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ຍິງ ກຸ່ມ​ຄົນ​ທີ່​ເຂົາເຈົ້າ​ສອນ​ເປັນ​ຫຼັກ​ແມ່ນ​ຄົນ​ນອກ​ປະຊາຄົມ ຫຼື​ຄົນ​ທົ່ວໄປ​ທີ່​ເຂົາເຈົ້າ​ພົບ​ເມື່ອ​ເຮັດ​ວຽກ​ປະກາດ​ຕາມ​ບ້ານ​ແລະ​ໃນ​ບ່ອນ​ອື່ນ​ໆ.

ປະການ​ທີ​ສອງ ຜູ້​ສອນ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ຍິງ​ມີ​ບົດບາດ​ໜ້າທີ່​ໃນ​ປະຊາຄົມ​ຕ່າງ​ຈາກ​ນັກ​ເທດ​ຍິງ​ສາສະໜາ​ອື່ນ​ໆ. ນັກ​ເທດ​ຍິງ​ໃນ​ຄລິດຕະຈັກ​ຈະ​ເປັນ​ຜູ້​ປົກຄອງ​ແລະ​ສອນ​ຫຼັກ​ຄຳສອນ​ຕ່າງ​ໆ​ໃຫ້​ກັບ​ສະມາຊິກ​ໃນ​ໂບດ​ຂອງ​ໂຕເອງ. ແຕ່​ຜູ້​ສອນ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ຍິງ​ຈະ​ບໍ່​ສອນ​ໃນ​ປະຊາຄົມ​ຖ້າ​ມີ​ຜູ້​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ຢູ່​ນຳ. ສະເພາະ​ຜູ້​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເທົ່າ​ນັ້ນ​ທີ່​ຈະ​ເປັນ​ຜູ້​ສອນ​ໃນ​ປະຊາຄົມ​ໄດ້.—1 ຕີໂມທຽວ 3:2; ຢາໂກໂບ 3:1

ຄຳພີ​ໄບເບິນ​ອະທິບາຍ​ວ່າ​ຜູ້​ທີ່​ປົກຄອງ​ຫຼື​ເບິ່ງແຍງ​ປະຊາຄົມ​ຕ້ອງ​ເປັນ​ຜູ້​ຊາຍ​ເທົ່າ​ນັ້ນ. ຂໍ​ສັງເກດ​ຕົວຢ່າງ​ທີ່​ອັກຄະສາວົກ​ໂປໂລ​ວາງ​ໄວ້​ເມື່ອ​ຂຽນ​ຈົດໝາຍ​ໄປ​ເຖິງ​ຕີໂຕ​ທີ່​ເປັນ​ຜູ້​ດູແລ​ຄື​ກັນ. ໂປໂລ​ຂຽນ​ວ່າ: “ຕອນ​ທີ່​ຂ້ອຍ​ອອກ​ຈາກ​ເກາະ​ກະເຣເຕ ຂ້ອຍ​ໃຫ້​ເຈົ້າ​ຢູ່​ທີ່​ນັ້ນ​ຕໍ່​ໄປ​ເພື່ອ...ໃຫ້​ແຕ່ງຕັ້ງ​ພວກ​ຜູ້​ດູແລ​ໄວ້​ໃນ​ເມືອງ​ຕ່າງ​ໆ.” ໂປໂລ​ຍັງ​ເວົ້າ​ອີກ​ວ່າ​ຜູ້​ຊາຍ​ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈະ​ຕ້ອງ “ບໍ່​ມີ​ບ່ອນ​ຕິ ມີ​ເມຍ​ຄົນ​ດຽວ.” (ຕີໂຕ 1:5, 6) ເມື່ອ​ໂປໂລ​ຂຽນ​ຈົດໝາຍ​ເຖິງ​ຕີໂມທຽວ ລາວ​ໄດ້​ໃຫ້​ຄຳ​ແນະນຳ​ຄ້າຍ​ໆ​ກັນ​ທີ່​ວ່າ: “ຖ້າ​ຜູ້​ຊາຍ​ຄົນ​ໃດ​ພະຍາຍາມ​ທີ່​ຈະ​ໄດ້​ເປັນ​ຜູ້​ດູແລ​ກໍ​ສະແດງ​ວ່າ​ລາວ​ຢາກ​ເຮັດ​ວຽກ​ທີ່​ດີ. ຜູ້​ດູແລ​ຕ້ອງ​ເປັນ​ຄົນ​ບໍ່​ມີ​ບ່ອນ​ຕິ ມີ​ເມຍ​ຄົນ​ດຽວ...ມີ​ຄວາມ​ສາມາດ​ທີ່​ຈະ​ສອນ.”​—1 ຕີໂມທຽວ 3:1, 2

ເປັນ​ຫຍັງ​ສະເພາະ​ຜູ້​ຊາຍ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ດູແລ​ໃນ​ປະຊາຄົມ? ໂປໂລ​ອະທິບາຍ​ວ່າ: “ຂ້ອຍ​ບໍ່​ອະນຸຍາດ​ໃຫ້​ຜູ້​ຍິງ​ສອນ​ຫຼື​ໃຊ້​ອຳນາດ​ເໜືອ​ຜູ້​ຊາຍ ແຕ່​ໃຫ້​ຢູ່​ງຽບ​ໆ. ເພາະ​ພະເຈົ້າ​ສ້າງ​ອາດາມ​ກ່ອນ​ເອວາ.” (1 ຕີໂມທຽວ 2:​12, 13) ການ​ທີ່​ພະເຈົ້າ​ໄດ້​ສ້າງ​ຜູ້​ຊາຍ​ກ່ອນ​ຜູ້​ຍິງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຢາກ​ໃຫ້​ຜູ້​ຊາຍ​ເຮັດ​ໜ້າທີ່​ສອນ​ແລະ​ປົກຄອງ​ເບິ່ງແຍງ.

ຜູ້​ສອນ​ຂອງ​ພະ​ເຢໂຫວາ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະຄລິດ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ. ລູກາ​ຂຽນ​ກ່ຽວກັບ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ​ວ່າ: ‘ພະ​ເຢຊູ​ເດີນທາງ​ໄປ​ຕາມ​ເມືອງ​ແລະ​ຕາມ​ບ້ານ​ເພື່ອ​ປະກາດ​ຂ່າວ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.’ ຕໍ່​ມາ​ພະ​ເຢຊູ​ກໍ​ໄດ້​ສົ່ງ​ລູກສິດ​ຂອງ​ເພິ່ນ​ອອກ​ໄປ​ເຮັດ​ວຽກ​ແບບ​ດຽວ​ກັນ: “ພວກ​ເຂົາ​ຈຶ່ງ​ໄປ​ຕາມ​ບ້ານ​ທົ່ວ​ຂົງ​ເຂດ​ນັ້ນ​ເພື່ອ​ປະກາດ​ຂ່າວດີ.”—ລູກາ 8:1; 9:2-6

ປັດຈຸບັນ ຜູ້​ສອນ​ຂອງ​ພະ​ເຢໂຫວາ​ທັງ​ຊາຍ​ແລະ​ຍິງ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ເພື່ອ​ໃຫ້​ວຽກ​ປະກາດ​ສຳເລັດ​ຄື​ກັບ​ທີ່​ພະ​ເຢຊູ​ພະຍາກອນ​ໄວ້​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ ແລ້ວ​ຈຸດຈົບ​ກໍ​ຈະ​ມາ​ເຖິງ.”—ມັດທາຍ 24:14