ຂ້າມໄປທີ່ເນື້ອໃນ

ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຂ້ອຍ​ພົກ​ປືນ​ຕະຫຼອດ​ເວລາ

ຂ້ອຍ​ພົກ​ປືນ​ຕະຫຼອດ​ເວລາ
  • ປີ​ເກີດ 1958

  • ປະເທດ​ບ້ານ​ເກີດ ອີຕາລີ

  • ອະດີດ ສະມາຊິກ​ແກ໊ງ​ໂຈນ

ຊີວິດ​ທີ່​ຜ່ານ​ມາ:

ຂ້ອຍ​ເກີດ​ແລະ​ໃຫຍ່​ຢູ່​ຊານ​ເມືອງ​ໂຣມ ໃນ​ເຂດ​ທີ່​ຜູ້​ໃຊ້​ແຮງ​ງານ​ທຸກ​ຍາກ​ອາໄສ​ຢູ່. ຊີວິດ​ຂ້ອຍ​ຍາກ​ຫຼາຍ. ຂ້ອຍ​ບໍ່​ເຄີຍ​ເຫັນ​ໜ້າ​ແມ່​ແທ້ໆເລີຍ ແລະ​ຂ້ອຍ​ກັບ​ພໍ່​ກໍ​ເຂົ້າ​ກັນ​ບໍ່​ຄ່ອຍ​ໄດ້. ຂ້ອຍ​ໃຊ້​ຊີວິດ​ຕອນ​ເປັນ​ເດັກ​ນ້ອຍ​ໃນ​ເຂດ​ທີ່​ມີ​ແຕ່​ບັນຫາ​ສັງຄົມ.

ຂ້ອຍ​ເລີ່ມ​ລັກ​ເຄື່ອງ​ຕັ້ງ​ແຕ່​ອາຍຸ 10 ປີ. ແລ້ວ​ກໍ​ໜີ​ອອກ​ຈາກ​ເຮືອນ​ເທື່ອ​ທຳ​ອິດ​ຕອນ​ອາຍຸ 12 ປີ. ມີ​ຫຼາຍ​ເທື່ອ​ພໍ່​ຕ້ອງ​ໄປ​ຮັບ​ຂ້ອຍ​ຈາກ​ສະຖານີ​ຕຳຫຼວດ. ຂ້ອຍ​ເປັນ​ຄົນ​ໃຈ​ຮ້າຍ​ງ່າຍ ອັນ​ໃດ​ກໍ​ຂັດ​ຫູ​ຂັດ​ຕາ​ໄປ​ໝົດ ເລີຍ​ເຮັດ​ໃຫ້​ມີ​ເລື່ອງ​ກັບ​ຄົນ​ອື່ນ​ໄປ​ທົ່ວ. ຕອນ​ອາຍຸ 14 ປີ ຂ້ອຍ​ໜີ​ອອກ​ຈາກ​ເຮືອນ​ແລ້ວ​ກໍ​ບໍ່​ເຄີຍ​ກັບ​ໄປ​ອີ​ກ​ເລີຍ. ຂ້ອຍ​ເລີ່ມ​ຕິດ​ຢາ​ແລະ​ກາຍ​ເປັນ​ເດັກ​ຂ້າງ​ຖະໜົນ. ຖ້າ​ບໍ່​ມີ​ບ່ອນ​ນອນ​ຂ້ອຍ​ກໍ​ງັດ​ລົດ​ແລ້ວ​ກໍ​ເຂົ້າ​ໄປ​ນອນ​ໃນ​ຫັ້ນ​ຈົນ​ຮອດ​ເຊົ້າ​ມືດ. ແລ້ວ​ຄ່ອຍ​ໄປ​ຫາ​ນ້ຳ​ພຸ​ຕາມ​ບ່ອນ​ສາທາລະນະ​ລ້າງ​ຕົນ​ລ້າງ​ໂຕ.

ຂ້ອຍ​ກາຍ​ເປັນ​ຂີ້​ລັກ​ເຕັມ​ໂຕ ເຮັດ​ທຸກ​ຢ່າງ​ຕັ້ງ​ແຕ່​ດຶງ​ກະເປົາ​ໄປ​ຈົນ​ເຖິງ​ລັກ​ເຄື່ອງ​ໃນ​ອາພາດເມັນ​ຫຼື​ຕາມ​ເຮືອນ​ພັກ​ຕາກ​ອາກາດ​ໃນ​ຕອນ​ກາງຄືນ. ຂ້ອຍ​ເລີ່ມ​ມີ​ສາຍາ​ທີ່​ໃຜໆກໍ​ຮູ້ຈັກ ບໍ່​ດົນ​ຂ້ອຍ​ກໍ​ເຂົ້າ​ແກ໊ງ​ໂຈນ​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ມີ “ໂອກາດ” ເລື່ອນ​ຂັ້ນ​ເປັນ​ໂຈນ​ປຸ້ນ​ທະນາຄານ. ຍ້ອນ​ຂ້ອຍ​ເປັນ​ຄົນ​ຫົວ​ຮຸນແຮງ ພວກ​ໃນ​ແກ໊ງ​ຈຶ່ງ​ຍົກ​ໃຫ້​ຂ້ອຍ​ເປັນ​ຫົວ​ໜ້າ. ຂ້ອຍ​ພົກ​ປືນ​ຕະຫຼອດ​ເວລາ ແມ່ນ​ແຕ່​ຕອນ​ນອນ​ກໍ​ເຊື່ອງ​ໄວ້​ກ້ອງ​ໝອນ. ຊີວິດ​ຂ້ອຍ​ວົນ​ວຽນ​ຢູ່​ແຕ່​ກັບ​ຄວາມ​ຮຸນແຮງ ຢາເສບຕິດ ການ​ລັກ ຄຳເວົ້າ​ຫຍາບ​ຄາຍ ແລະ​ການ​ຜິດສິນລະທຳ. ຕຳຫຼວດນຳ​ຈັບ​ຂ້ອຍ​ບໍ່​ເຊົາ. ຂ້ອຍ​ຖືກ​ຈັບ​ຫຼາຍ​ເທື່ອ ເຂົ້າ​ອອກ​ຄຸກ​ເປັນ​ປະຈຳ.

ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ເທື່ອ​ໜຶ່ງ​ຫຼັງ​ຈາກ​ພົ້ນ​ໂທດ​ອອກ​ຈາກ​ຄຸກ ຂ້ອຍ​ໄປ​ຢາມ​ນ້າ​ສາວ. ຕອນ​ນັ້ນ​ຂ້ອຍ​ບໍ່​ຮູ້​ວ່າ​ນ້າ​ສາວ​ແລະ​ຫຼານ​ອີ​ກ​ສອງ​ຄົນ​ໄດ້​ຮຽນ​ຄຳ​ພີ​ໄບເບິນ​ແລະ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລ້ວ. ເຂົາເຈົ້າ​ຊວນ​ຂ້ອຍ​ໄປ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ. ຂ້ອຍ​ຢາກ​ຮູ້​ວ່າ​ມັນ​ເປັນ​ແນວ​ໃດ ກໍ​ເລີຍ​ຕັດສິນ​ໃຈ​ໄປ​ກັບ​ເຂົາເຈົ້າ. ເມື່ອ​ໄປ​ຮອດ​ຫໍ​ປະຊຸມ ຂ້ອຍ​ບອກ​ເຂົາເຈົ້າ​ວ່າ​ຢາກ​ນັ່ງ​ໃກ້​ປະຕູ​ຈະ​ໄດ້​ເຫັນ​ວ່າ​ມີ​ໃຜ​ເຂົ້າ​ອອກ​ແດ່. ແນ່ນອນ​ວ່າ​ຂ້ອຍ​ພົກ​ປືນ​ຕິດ​ໂຕ​ໄປ​ນຳ.

ການ​ປະຊຸມ​ເທື່ອ​ນັ້ນ​ເຮັດ​ໃຫ້​ຊີວິດ​ຂ້ອຍ​ປ່ຽນ​ໄປ. ຂ້ອຍ​ຈື່​ໄດ້​ວ່າ​ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ຢູ່​ເທິງ​ດາວ​ອີ​ກ​ດວງ​ໜຶ່ງ. ທຸກ​ຄົນ​ຍິ້ມ​ແຍ້ມ ແລະ​ເຂົ້າ​ມາ​ທັກທາຍ​ຂ້ອຍ​ຢ່າງ​ເປັນ​ກັນ​ເອງ. ແວວ​ຕາ​ທີ່​ອົບອຸ່ນ​ຈິງ​ໃຈ​ຂອງ​ພວກ​ພະຍານ​ຍັງ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ຂ້ອຍ​ບໍ່​ມີ​ວັນ​ລືມ. ມັນ​ຕ່າງ​ຈາກ​ໂລກ​ທີ່​ຂ້ອຍ​ເຄີຍ​ຢູ່​ປານ​ຟ້າ​ກັບ​ດິນ!

ຂ້ອຍ​ເລີ່ມ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ. ແຮ່ງ​ຮຽນ​ກໍ​ແຮ່ງ​ຮູ້​ວ່າ​ຂ້ອຍ​ຕ້ອງ​ປັບ​ປຸງ​ໂຕ​ເອງ​ໃໝ່​ທັງ​ໝົດ. ຂ້ອຍ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ສຸພາສິດ 13:20, ລ.ມ. ທີ່​ບອກ​ວ່າ “ຄົນ​ທີ່​ຄົບ​ກັບ​ຄົນ​ສະຫຼາດ​ຈະ​ສະຫຼາດ ແຕ່​ຄົນ​ທີ່​ຄົບ​ກັບ​ຄົນ​ໂງ່​ຈະ​ເດືອດຮ້ອນ.” ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ອອກ​ຈາກ​ແກ໊ງ​. ເຖິງ​ວ່າ​ມັນ​ຈະ​ບໍ່​ງ່າຍ ແຕ່​ຂ້ອຍ​ກໍ​ເຮັດ​ໄດ້​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ.

ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຊີວິດ​ທີ່​ຂ້ອຍ​ຄວບຄຸມ​ການ​ປະພຶດ​ຂອງ​ໂຕ​ເອງ​ໄດ້.

ນອກ​ຈາກ​ນີ້ ຂ້ອຍ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ເຊົາ​ສູບ​ຢາ​ແລະ​ເຊົາ​ໃຊ້​ຢາເສບຕິດ ຂ້ອຍ​ຈະ​ໄດ້​ມີ​ຮ່າງກາຍ​ທີ່​ສະອາດ. ຂ້ອຍ​ເຊົາ​ໃສ່​ຕຸ້ມ​ຫູ ຕັດ​ຜົມ​ສັ້ນ ແລະ​ເຊົາ​ເວົ້າ​ຄຳ​ຫຍາບ​ນຳ. ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ຊີວິດ​ທີ່​ຂ້ອຍ​ຄວບຄຸມ​ການ​ປະພຶດ​ຂອງ​ໂຕ​ເອງ​ໄດ້.

ຂ້ອຍ​ບໍ່​ມັກ​ອ່ານ​ໜັງສື ຈຶ່ງ​ບໍ່​ງ່າຍ​ທີ່​ຈະ​ຕັ້ງ​ໃຈ​ຮຽນ​ຄຳ​ພີ​ໄບເບິນ ແຕ່​ຂ້ອຍ​ກໍ​ພະຍາຍາມ. ແລະ​ເມື່ອ​ຂ້ອຍ​ເລີ່ມ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຄວາມ​ຄິດ​ຂອງ​ຂ້ອຍ​ກໍ​ປ່ຽນ​ໄປ. ຂ້ອຍ​ເຄີຍ​ຄິດ​ເລື້ອຍໆວ່າ​ໂຕ​ເອງ​ເປັນ​ຄົນ​ບໍ່​ດີ ພະ​ເຢໂຫວາ​ຄື​ຊິ​ບໍ່​ມີ​ວັນ​ໃຫ້​ອະໄພ​ສຳລັບ​ສິ່ງ​ທີ່​ຂ້ອຍ​ເຄີຍ​ເຮັດ​ໃນ​ອະດີດ. ແຕ່​ຂ້ອຍ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆຈາກ​ເລື່ອງ​ລາວ​ຂອງ​ກະສັດ​ດາວິດ ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ລາວ​ທັງໆທີ່​ລາວ​ໄດ້​ເຮັດ​ບາບ​ຮ້າຍແຮງ.—2 ຊາເມືອນ 11:1-12:13

ບັນຫາ​ອີ​ກ​ຢ່າງ​ໜຶ່ງ​ແມ່ນ ການ​ອອກ​ໄປ​ປະກາດ​ຕາມ​ເຮືອນ. (ມັດທາຍ 28:19, 20) ຂ້ອຍ​ຢ້ານ​ວ່າ​ຈະ​ເຈິ​ຄົນ​ທີ່​ຂ້ອຍ​ເຄີຍ​ທຳ​ຮ້າຍ​ຫຼື​ຄົນ​ທີ່​ຂ້ອຍ​ເຄີຍ​ເຮັດ​ບໍ່​ດີ​ນຳ! ແຕ່​ຂ້ອຍ​ກໍ​ຄ່ອຍໆເອົາ​ຊະນະ​ຄວາມ​ຢ້ານ​ນີ້​ໄດ້. ຂ້ອຍ​ມີ​ຄວາມສຸກ​ແທ້ໆທີ່​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ​ໃນ​ສະຫວັນ ພໍ່​ທີ່​ແສນ​ດີ​ທີ່​ໃຫ້​ອະໄພ​ເຮົາ​ຢ່າງ​ໃຈ​ກວ້າງ.

ປະໂຫຍດ​ທີ່​ໄດ້​ຮັບ:

ການ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ຊ່ວຍ​ຊີວິດ​ຂ້ອຍ​ໄວ້! ຕອນ​ນີ້​ໝູ່​ຫຼາຍ​ຄົນ​ທີ່​ຂ້ອຍ​ເຄີຍ​ຄົບຫາ ຖ້າ​ບໍ່​ຕາຍ​ກໍ​ຕິດ​ຄຸກ ແຕ່​ຂ້ອຍ​ມີ​ຊີວິດ​ຢູ່​ຢ່າງ​ມີ​ຄວາມ​ໝາຍ​ແລະ​ມີ​ອະນາຄົດ​ທີ່​ດີ​ລໍ​ຖ້າ​ຢູ່. ເມື່ອ​ຂ້ອຍ​ຮຽນ​ທີ່​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ແລະ​ຄວບຄຸມ​ອາລົມ​ໄດ້ ຂ້ອຍ​ກໍ​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ຄົນ​ອ້ອມ​ຂ້າງ. ຂ້ອຍ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມສຸກ​ກັບ​ເມຍ​ທີ່​ໜ້າ​ຮັກ​ຊື່​ຄາເມັນ. ເຮົາ​ທັງ​ສອງ​ຄົນ​ມີ​ຄວາມສຸກ​ທີ່​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຮຽນ​ຄຳ​ພີ​ໄບເບິນ.

ໂອ້ ລືມ​ບອກ​ໄປ ຕອນ​ນີ້​ຂ້ອຍ​ກໍ​ໄປ​ທະນາຄານ​ເລື້ອຍໆໄດ໋ ບໍ່​ແມ່ນ​ໄປ​ປຸ້ນ ແຕ່​ໄປ​ເຮັດ​ຄວາມ​ສະອາດ!