ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ເຮົາ​ໄດ້​ແນວ​ໃດ?

ຄຳ​ພີ​ໄບເບິນ​ລອດ​ຈາກ​ການ​ຍ່ອຍ​ສະ​ຫຼາຍ

ຄຳ​ພີ​ໄບເບິນ​ລອດ​ຈາກ​ການ​ຍ່ອຍ​ສະ​ຫຼາຍ

ສາເຫດ​ທີ່​ສ່ຽງ: ພາໄພຣັດ​ແລະ​ແຜ່ນ​ໜັງ​ເປັນ​ວັດສະດຸ​ຫຼັກ​ທີ່​ໃຊ້​ຂຽນ​ແລະ​ເຮັດ​ສຳເນົາ​ຄຳ​ພີ​ໄບເບິນ. * (2 ຕີໂມທຽວ 4:13) ວັດສະດຸ​ເຫຼົ່າ​ນີ້​ເຮັດ​ໃຫ້​ຄຳ​ພີ​ໄບເບິນ​ສ່ຽງ​ຕໍ່​ການ​ຖືກ​ທຳລາຍ​ໄດ້​ແນວ​ໃດ?

ພາໄພຣັດ​ຈີກ​ຂາດ​ໄດ້​ງ່າຍ ປ່ຽນ​ສີ​ໄດ້ ແລະ​ບອບ​ບາງ. ຣິຊາດ ພາ​ກິນ​ສັນ​ກັບ​ສະຕີເວັນ ເຄ​ວິ​ກ ນັກ​ເອຢິບ​ວິທະຍາ​ເວົ້າ​ເຖິງ​ພາໄພຣັດ​ວ່າ “ແຜ່ນ​ເຈ້ຍ​ຈະ​ຄ່ອຍໆຍ່ອຍ​ສະ​ຫຼາຍ​ໄປ​ເຫຼືອ​ແຕ່​ໂຄງ​ເສັ້ນ​ໃຍ ແລ້ວ​ສຸດ​ທ້າຍ​ກໍ​ເປັນ​ຂີ້ຝຸ່ນ ເມື່ອ​ຢູ່​ໃນ​ບ່ອນ​ເກັບ ມ້ວນ​ໜັງສື​ອາດ​ຈະ​ມີ​ເຊື້ອ​ລາ​ແລະ​ເປື່ອຍ​ໄປ​ຍ້ອນ​ຄວາມ​ຊຸ່ມ ແລະ​ເມື່ອ​ຖືກ​ຝັງ​ໄວ້ ມ້ວນ​ໜັງສື​ກໍ​ອາດ​ຖືກ​ໜູ​ຫຼື​ໂຕ​ແມງ​ກັດ​ກິນ​ໂດຍ​ສະເພາະ​ມົດ​ຂາວ.” ພາໄພຣັດ​ບາງ​ສະບັບ ຫຼັງ​ຈາກ​ຖືກ​ຄົ້ນ​ພົບ​ແລ້ວ​ກໍ​ຈະ​ເຈິ​ກັບ​ແສງ​ແດດ​ແລະ​ຄວາມ​ຊຸ່ມ​ເຊິ່ງ​ເຮັດ​ໃຫ້​ເກີດ​ການ​ຍ່ອຍ​ສະ​ຫຼາຍ​ໄວ​ຂຶ້ນ.

ແຜ່ນ​ໜັງ​ຢູ່​ໄດ້​ດົນ​ກວ່າ​ພາໄພຣັດ ແຕ່​ກໍ​ຍ່ອຍ​ສະ​ຫຼາຍ​ໄດ້​ຖ້າ​ເກັບ​ໄວ້​ບໍ່​ດີ​ຫຼື​ຖ້າ​ເຈິ​ອາກາດ​ຮ້ອນ​ຫຼື​ເຢັນ​ເກີນ​ໄປ ລວມ​ທັງ​ຄວາມ​ຊຸ່ມ ຫຼື​ແສງ​ສະຫວ່າງ. * ແມງ​ໄມ້​ມັກ​ກິນ​ແຜ່ນ​ໜັງ​ນຳ. ປຶ້ມ​ເອເວີຣີເດ​ໄຣທິງ​ອິນ​ເດິ​ກຣາເອໂຄ-ໂຣມັນ​ອີດສ໌ (Everyday Writing in the Graeco-Roman East) ຈຶ່ງ​ບອກ​ວ່າ “ສຳເນົາ​ເກົ່າ​ແກ່​ບູຮານ​ມັກ​ບໍ່​ຄ່ອຍ​ຢູ່​ລອດ​ຈົນ​ຮອດ​ຕອນ​ນີ້.” ຖ້າ​ຄຳ​ພີ​ໄບເບິນ​ຍ່ອຍ​ສະ​ຫຼາຍ​ໄປ ຂ່າວ​ສານ​ທີ່​ຢູ່​ໃນ​ນັ້ນ​ກໍ​ສູນ​ຫາຍ​ໄປ​ນຳ.

ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ໄດ້​ແນວ​ໃດ: ກົດໝາຍ​ຂອງ​ຄົນ​ຢິວ​ມີ​ຂໍ້​ກຳນົດ​ໃຫ້​ກະສັດ​ທຸກ​ຄົນ ‘ກ່າຍ​ຄືນ​ກົດໝາຍ​ໃສ່​ມ້ວນ​ໜັງສື​ເພື່ອ​ປະໂຫຍດ​ຂອງ​ໂຕ​ເອງ’ ເຊິ່ງ​ກໍ​ຄື​ປຶ້ມ​ຫ້າ​ຫົວ​ທຳ​ອິດ​ຂອງ​ຄຳ​ພີ​ໄບເບິນ. (ພະບັນຍັດ 17:18, ລ.ມ.) ນອກ​ຈາກ​ນັ້ນ ຜູ້​ກ່າຍ​ຄືນ​ທີ່​ຊຳນານ​ໄດ້​ເຮັດ​ສຳເນົາ​ຄຳ​ພີ​ໄບເບິນ​ໄວ້​ເປັນ​ຈຳນວນ​ຫຼາຍ ຈົນ​ເມື່ອ​ເຖິງ​ສະຕະວັດ​ທຳ​ອິດ​ຂອງ​ຄລິດຕະສັກກະຫຼາດ ມີ​ການພົບ​ສຳເນົາ​ພະ​ຄຳ​ພີ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ທົ່ວ​ອິດສະຣາເອນ​ຈົນ​ເຖິງ​ມາເກໂດເນຍ! (ລູກາ 4:16, 17; ກິດຈະການ 17:11) ສຳເນົາ​ທີ່​ເກົ່າ​ແກ່​ຫຼາຍ​ຂອງ​ຄຳ​ພີ​ໄບເບິນ​ບາງ​ສະບັບ​ຢູ່​ລອດ​ມາ​ຈົນ​ຮອດ​ປັດຈຸບັນ​ໄດ້​ແນວ​ໃດ?

ສຳເນົາ​ທີ່​ຮູ້ຈັກ​ກັນ​ດີ​ແມ່ນ​ມ້ວນ​ໜັງສື​ທະເລ​ຕາຍ​ເຊິ່ງ​ຢູ່​ລອດ​ມາ​ໄດ້​ຫຼາຍ​ສະຕະວັດ​ຍ້ອນ​ເກັບ​ໄວ້​ໃນ​ໄຫ​ຫຼື​ກະບອກ​ດິນ​ໜຽວ​ໃນ​ຖ້ຳ​ທີ່​ມີ​ສະພາບ​ອາກາດ​ແຫ້ງ.

ຟີລິບ ດັບເບິນຢູ. ຄອມຝອດ ຜູ້​ຊ່ຽວຊານ​ດ້ານ​ພະ​ຄຳ​ພີ​ພາກ​ພັນທະສັນຍາ​ໃໝ່​ບອກ​ວ່າ “ເປັນ​ທີ່​ຮູ້​ກັນ​ວ່າ​ຄົນ​ຢິວ​ຈະ​ເກັບ​ມ້ວນ​ໜັງສື​ພະ​ຄຳ​ພີ​ໄວ້​ໃນ​ໄຫ​ຫຼື​ກະບອກ​ດິນ​ໜຽວ​ເພື່ອ​ເກັບ​ຮັກສາ​ໄວ້.” ຄລິດສະຕຽນ​ກໍ​ເຮັດ​ຕາມ​ທຳນຽມ​ນັ້ນ​ຄື​ກັນ. ດັ່ງນັ້ນ ມີ​ການຄົ້ນພົບ​ສຳເນົາ​ຂອງ​ຄຳ​ພີ​ໄບເບິນ​ຍຸກ​ຕົ້ນໆບາງ​ສະບັບ​ໃນ​ກະບອກ​ດິນ​ໜຽວ ລວມ​ທັງ​ໃນ​ຫ້ອງ​ມືດໆແລະ​ໃນ​ຖ້ຳ ແລະ​ໃນ​ບ່ອນ​ທີ່​ແຫ້ງໆ.

ຜົນ​ກໍ​ຄື: ຊິ້ນສ່ວນ​ສຳເນົາ​ພະ​ຄຳ​ພີ​ຫຼາຍ​ພັນ​ສະບັບ ບາງ​ອັນ​ມີ​ອາຍຸ​ຫຼາຍ​ກວ່າ 2.000 ປີ​ຢູ່​ລອດ​ມາ​ໄດ້​ຈົນ​ຮອດ​ທຸກ​ມື້​ນີ້. ບໍ່​ມີ​ຂໍ້​ຄວາມ​ໃດ​ໃນ​ສະໄໝ​ບູຮານ​ທີ່​ມີ​ສຳເນົາ​ເຫຼືອ​ຢູ່​ເປັນ​ຈຳນວນ​ຫຼາຍ​ເທົ່າ​ກັບ​ຄຳ​ພີ​ໄບເບິນ.

^ ຂໍ້ 3 ພາໄພຣັດ​ແມ່ນ​ວັດສະດຸ​ທີ່​ເຮັດ​ມາ​ຈາກ​ພືດ​ນ້ຳ​ຊະນິດ​ໜຶ່ງ​ທີ່​ຊື່​ພາໄພຣັດ. ແຜ່ນ​ໜັງ​ເຮັດ​ມາ​ຈາກ​ໜັງ​ສັດ.

^ ຂໍ້ 5 ຕົວຢ່າງ​ເຊັ່ນ ບັນທຶກ​ລາຍ​ເຊັນ​ຂອງ​ເຈົ້າ​ໜ້າ​ທີ່​ໃນ​ຄຳ​ຖະແຫຼງ​ປະກາດ​ເອກະລາດ​ຂອງ​ສະຫະລັດ​ອາເມຣິກາ​ທີ່​ຂຽນ​ໄວ້​ເທິງ​ແຜ່ນ​ໜັງ ຫຼັງ​ຈາກ​ນັ້ນ​ບໍ່​ຮອດ 250 ປີ​ກໍ​ຈາງ​ຫາຍ​ໄປ​ຈົນ​ອ່ານ​ບໍ່​ອອກ.