ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຄວບຄຸມ​ຄວາມ​ຕ້ອງການ​ຂອງ​ໂຕ​ເອງ​ໃຫ້​ໄດ້

ຄວບຄຸມ​ຄວາມ​ຕ້ອງການ​ຂອງ​ໂຕ​ເອງ​ໃຫ້​ໄດ້

ເນື່ອງ​ຈາກ​ເຮົາ​ບໍ່​ສົມບູນແບບ ເຮົາ​ຈຶ່ງ​ຕ້ອງ​ຄວບຄຸມ​ຄວາມ​ຕ້ອງການ​ຂອງ​ໂຕ​ເອງ​ຢູ່​ສະເໝີ. ຖ້າ​ເຮັດ​ຕາມ​ໃຈ​ໂຕ​ເອງ​ໂດຍ​ບໍ່​ມີ​ການ​ຄວບຄຸມ ເຮົາ​ອາດ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ໄດ້. ຕົວຢ່າງ​ເຊັ່ນ ບາງ​ຄົນ​ມັກ​ຄິດ​ຫາ​ແຕ່​ເລື່ອງ​ຂອງ​ກິນ ມີ​ເຄື່ອງ​ນຸ່ງ​ໃໝ່ໆ ແລະ​ເຮືອນ​ງາມໆ ເຂົາ​ເຈົ້າ​ຮັກ​ສິ່ງ​ເຫຼົ່າ​ນີ້​ຫຼາຍ​ກວ່າ​ຮັກ​ພະເຈົ້າ. ສ່ວນ​ບາງ​ຄົນ​ປ່ອຍ​ໂຕ​ເຮັດ​ຕາມ​ຄວາມ​ຕ້ອງການ​ທາງ​ເພດ​ໂດຍ​ບໍ່​ສົນ​ໃຈ​ມາດຕະຖານ​ຂອງ​ພະເຈົ້າ. (ຣມ 1:26, 27) ແລະ​ບາງ​ຄົນ​ຢາກ​ໃຫ້​ຄົນ​ອ້ອມ​ຂ້າງ​ມັກ​ແລະ​ຍອມ​ຮັບ ເຂົາ​ເຈົ້າ​ຈຶ່ງ​ຍອມ​ເຮັດ​ຕາມ​ຄຳ​ຊັກຊວນ​ຂອງ​ໝູ່​ເຖິງ​ຈະ​ຮູ້​ວ່າ​ສິ່ງ​ນັ້ນ​ບໍ່​ຖືກຕ້ອງ.—ອົບ 23:2

ແລ້ວ​ເຮົາ​ຈະ​ຄວບຄຸມ​ຄວາມ​ຕ້ອງການ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພໍ​ໃຈ. (ມທ 4:4) ແລະ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຄວາມ​ຕ້ອງການ​ທີ່​ບໍ່​ຖືກຕ້ອງ ເພາະ​ເພິ່ນ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ​ແລະ​ຮູ້​ວິທີ​ຊ່ວຍ​ທີ່​ເໝາະ​ສົມ​ທີ່​ສຸດ.—ເພງ 145:16

ເບິ່ງ​ວິດີໂອ​ຢ່າ​ໃຫ້​ຊີວິດ​ພັງ​ເພາະ​ຄວັນ​ຢາ​ສູບ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ສູບ​ຢາ?

  • ການ​ສູບ​ຢາ​ສົ່ງ​ຜົນ​ຕໍ່​ເຈົ້າ​ແນວ​ໃດ?

  • ເປັນ​ຫຍັງ​ການ​ສູບ​ຢາ​ຫຼື​ຢາ​ສູບ​ໄຟ​ຟ້າ​ຈຶ່ງ​ຜິດ?—2​ກຣ 7:1

  • ການ​ສູບ​ຢາ ເຈົ້າ​ເອົາ​ຊະນະ​ໄດ້!

    ເຈົ້າ​ຈະ​ປະຕິເສດ​ຕອນ​ທີ່​ມີ​ຄົນ​ມາ​ຊວນ​ສູບ​ຢາ​ຫຼື​ຈະ​ເຊົາ​ສູບ​ຢາ​ໄດ້​ແນວ​ໃດ?